ປະກັນໄພລົດໃຫຍ່

ປະກັນໄພລົດທີ່ໄດ້ຮັບລາງວັນ ຜູ້ນຳທາງດ້ານການຂັບຂີ່ປອດໄພ ໄຮ້ຄວາມກັງວົນໃຫ້ແກ່ທ່ານ , ທີມງານດູແລຂອງພວກເຮົາກຽມພ້ອມຄຽງຂ້າງທ່ານໃນເວລາທີ່ທ່ານຕ້ອງການ ຕະຫຼອດ 24 ຊົ່ວໂມງຕໍ່ມື້. ໂດຍທີ່ທ່ານບໍ່ຈໍາເປັນຕ້ອງກັງວົນ ເພາະເຮົາມີຜູ້ຊ່ຽວຊານສະເພາະດ້ານທີ່ພ້ອມແກ້ໄຂບັນຫາໃຫ້ທ່ານສະເໝີ. ພວກ​ເຮົາ​ມີ​ຄູ່​ຮ່ວມ​ພັນທະມິດ ດ້ານການ​ສ້ອມ​ແປງ ທີ່ເປັນ​ມືອາຊີບ ​ພ້ອມ​ສະ​ຫນອງ​ການ​ບໍ​ລິ​ການ​ທີ່​ດີກ​ວ່າ​ເພື່ອ​ໃຫ້ທ່ານໄດ້ກັບສູ່ການຂັບຂີ່ໃນທ້ອງຖະໜົນອີກຄັ້ງ.

 

ໃຫ້ຄວາມອຸ່ນໃຈ ໃນທຸກໆການຂັບຂີ່ຂອງທ່ານ..

ພົງສະຫວັນ ປະກັນໄພ ເອພີເອ ໃຫ້ທ່ານຫຼາຍກ່ວາການຄຸ້ມຄອງ

You’re not just another customer

We’re not just another insurer

ປະກັນໄພລົດໃຫຍ່ ຈາກ ພົງສະຫວັນ ປະກັນໄພ (ເອພີເອ) ມອບຄວາມອຸ່ນໃຈໃນທຸກການຂັບຂີ່

 

ປະກັນໄພລົດຂອງພົງສະຫວັນປະກັນໄພເອພີເອ ມີ 4 ແບບຄື:

  • ປະກັນໄພລົດພາກບັງຄັບ (ບຸກຄົນທີ່ສາມ)
  • ປະກັນໄພລົດ ເອພີເອ ອີຊີ
  • ປະກັນໄພລົດ ເອພີເອ ພຣີມຽມ
  • ປະກັນໄພລົດ ເອພີເອ ວີໄອພີ

ຜົນປະໂຫຍດແລະການຄຸ້ມຄອງ:

  1. ການຄຸ້ມຄອງທາງແພ່ງ ຕໍ່ບຸກຄົນທີ່ສາມ
    • ຄວາມເສຍຫາຍທາງດ້ານວັດຖຸ
    • ຄວາມເສຍຫາຍທາງດ້ານຮ່າງກາຍ
    • ເສຍຊີວິດ ຫຼື ພິການຖາວອນ
    • ຄ່າປີ່ນປົວ
  1. ການປົກປ້ອງສິດ ແລະ ການຮຽກຮ້ອງທົດແທນຄືນ
    • ການຄຸ້ມກັນຕໍ່ຜູ້ຂັບຂີ່
    • ເສຍຊີວິດ ຫຼື ພິການຖາວອນ
  1. ຄ່າປີ່ນປົວ
  2. ຄ່າຊົດເຊີຍລາຍວັນລະຫວ່າງສ້ອມແປງລົດ

 

ຂັ້ນຕອນການແກ້ໄຂເມື່ອເກີດອຸບັດເຫດຄວນເຮັດແນວໃດ

  • ເມື່ອມີອຸບັດເຫດເກີດຂຶ້ນໃຫ້ໂທຫາສາຍດ່ວນ: 1677 ຫຼື 020 5549 1929 ເພື່ອແຈ້ງ ພົງສະຫວັນ ປະກັນໄພ (ເອພີເອ) ທັນທີ (ບໍລິການຕະຫຼອດ 24ຊົ່ວໂມງ).
  • ຫ້າມຍ້າຍຍານພາຫະນະທີ່ເກີດອຸບັດເຫດ ຫຼື ຖ້າຈໍເປັນຕ້ອງໄດ້ຍ້າຍລົດ ໃຫ້ໝາຍບ່ອນເກີດເຫດຂອງລົດທັງສອງໄວ້.
  • ພະນັກງານແກ້ໄຂອຸບັດເຫດຈະໄປສະຖານທີ່ເກີດເຫດເພື່ອເກັບກໍາຂໍ້ມູນ ແລະ ແກ້ໄຂບັນຫາ ໂດຍໃຊ້ເລາ 30 ນາທີ ສຳລັບເຂດຕົວເມືອງ.
  • ພະນັກງານຈະທໍາການເຈລະຈາກັບຄູ່ກໍລະນີໃນຄວາມຮັບຜິດຊອບໃນການເກີດອຸບັດເຫດ.
  • ຖ້າທັງສອງຝ່າຍສາມາດຕົກລົງກັນໄດ້, ພະນັກງານແກ້ໄຂອຸບັດເຫດຈະເຮັດບົດບັນທຶກຕົກລົງໃນຄວາມຮັບຜິດຊອບຂອງແຕ່ລະຝ່າຍ.
  • ພົງສະຫວັນ ປະກັນໄພ (ເອພີເອ) ໃຫ້ທ່ານຫຼາຍກວ່າການຄຸ້ມຄອງ

 

 

ໃບສະເໜີລາຄາ

Chose province