ແບບຟອມ / ຄຳແນະນຳການຂໍສິນທົດແທນ

ດາວໂຫຼດແບບຟອມ

NoForm NameDownload Link
1ແບບຟອມແຈ້ງອຸບັດຕິເຫດປະກັນໄພຊັບສິນດາວໂຫຼດ
2ແບບຟອມແຈ້ງກ່ຽວກັບການເສຍຊີວິດ ປະກັນໄພຊີວິດ ແລະ ປະກັນຄຸ້ມຄອງສິນເຊືື່ອດາວໂຫຼດ
3ແບບຟອມບັນທຶກຂ້ມູນການເກີດອຸປະຕິເຫດລົດດາວໂຫຼດ
4ຟອມ​ສຸ​ຂະ​ພາບ-ອຸ​ປະ​ຕິ​ເຫດດາວໂຫຼດ

ຄຳແນະນຳການຂໍສິນທົດແທນ

ສຳລັບການແຈ້ງອຸປະຕິເຫດ ປະກັນໄພ ລົດ, ພວກເຮົາຈະດີທີ່ສຸດໃຫ້ທ່ານ. ຕາມຄວາມເປັັັນຈິງແລ້ວ, ພຽງແຕ່ທ່ານໂທຫາພວກເຮົາເທົ່ານັ້ນ !

  1. ໃນກໍລະນີເກີດອຸປະຕິເຫດ, ກະລຸນາໂທຫາເບີດ່ວນພວກເຮົາ 1677 ຫລື ……..
  2. ພະນັກງານແກ້ໄຂຈະໄປເຖິງສະຖານທີເກີດເຫດ ໃນຂອບເຂດ 20 ກີໂລແມດ ນະຄອນຫລວງວຽງຈັນ ພາຍໃນ 30 ນາທີ ແລະ ປະມານ 1 ຊົ່ວໂມງ ນອກນະຄອນຫລວງ.
  3. ພະນັກງານຈະເກັບກໍາຂໍ້ມູນທີ່ຈໍາເປັນກ່ຽວກັບອຸປະຕິເຫດ.

ໝາຍເຫດ: ຂັ້ນຕອນແຈ້ງອຸປະຕິເຫດ ແມ່ນຂຶ້ນແຕ່ລະ ກໍລະນີ ຖ້າບໍ່ແມ່ນອຸປະເຫດໃຫຍ່, ເອພີເອດຳເນີນການທົດແທນພາຍໃນ 2 ອາທິດ , ຖ້າຄວາມເສຍຫາຍໃຫຍ່ ແມ່ນຂຶ້ນກັບການເຈລະຈາ ຂອງທັງສອງຝ່າຍໃຜເປັນມີສວ່ນພົວພັນກັບອຸປະຕິເຫດ.

ເອກະສານທີ່ຕ້ອງປະກອບມີຄື:

  1. ໃບລາຍງານອຸປະຕິເຫດ: ລາຍລະອຽດຂອງຜູ່ຂັບຂີ່ ແລະ ພະຍານ ( ຊື່, ທີ່ຢູ່, ເບີໂທລະສັບ ແລະ ລາຍລະອຽດປະກັນໄພ)
  2. ຖ່າຍຮູບກ່ຽບກັບອຸປະຕິເຫດ( ຄວາມເສຍຫາຍຂອງຕົວລົດ: ສະຖານທີ, ເລກທະບຽນລົດ ແລະ ໃບຂັບຂີ່)
  3. ສໍາເນົາໃບຂັບຂີ່.
  4. ສໍາເນົາໃບປະກັນໄພ
  5. ໃບລາຄາສ້ອມແປງ ແລະ ໃບບີນຢາ.

 

ສຳລັບ ການຮຽກຮ້ອງສີນທົດແທນ ປະກັນໄພ ຊັບສີນ ( ອັກຄີໄພ, ທີ່ຢູ່ອາໃສ, ທຸລະກິດຂະໜາດນ້ອຍ ແລະ ການກໍ່ສ້າງ) , ຂັ້ນຕອນມີດັ່ງນີ້:

  1. ເມື່ອ ເກີດການເສຍຫາຍ, ຜູ້ໄດ້ຮັບການປະກັນໄພ ຕ້ອງແຈ້ງໃຫ້ບໍລິສັດຮັບຮູ້ທັນທີສາຍດວ່ນ 1677 …..

ໃນກໍລະນີເກີດໄຟໄໝ້, ການລັກ ຫລື ອຸປະຕິເຫດ ຫາກມີຄົນໄດ້ຮັບບາດເຈັບ ຫລື ເສຍຊິວິດ, ທ່ານຕ້ອງແຈ້ງຕຳຫລວດ ຫລື ນາຍບ້ານ.

  1. ພາຍຫລັງໄດ້ຮັບໂທລະສັບແລ້ວ, ບໍລິສັດຈະສົ່ງຜູ້ກວດກາອອກໄປເອົາຂໍ້ມູນຢູ່ສະຖານດັ່ງກ່າວ.
  2. ຜູ້ໄດ້ຮັບການປະກັນໄພຕ້ອງໃຫ້ການຮ່ວມມື ກັບທີມງານໃນການເກັບກໍາຂໍ້ມູນ ແລະ ເອກະສານທີ່ກ່ໜວກັບອຸປະຕິເຫດ.
  3. ຜູ້ໄດ້ຮັບການປະກັນໄພຕ້ອງປະກອບໃບແຈ້ງເສຍຫາຍໃຫ້ພະນັກງານຂອງບໍລິສັດ.
  4. ສໍາລັບການແຈ້ງເສຍຫາຍຂະນາດນ້ອຍ, ບໍລິສັດຈະທົດແທນພາຍໃນ 15 ວັນ ຫລື 2 ອາທິດ ຫລັງຈາກໄດ້ຮັບເອກະສານຄົບຖ້ວນ.

 

ເອກະສານຂໍ້ມູນທີ່ຕ້ອງການ:

  1. ສໍາລັບໃບລາຍງານຂອງປະກັນໄພຊັບສີນ: ລາຍລະອຽດການເກີດອຸປະຕິເຫດ
  2. ຮູບຖ່າຍຂອງສະຖານທີເກີດການເສຍຫາຍ
  3. ລາຍລະອຽດຄວາມເສຍຫາຍ ແລະ / ຫລື ລາຍການສ້ອມແປງ
  4. ໃບ ລາຄາ( ໃບລາຄາຂອງລາຍການເສຍຫາຍ)
  5. ໃບລາຍງານຂອງເຈົ້າໜ້າທີ
  6. ເອກະສານອື່ນໆທີ່ກ່ຽວຂ້ອງ.