ປະກັນໄພອຸປະຕິເຫດສ່ວນບຸກຄົນ

ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ແມ່ນບໍລິສັດປະກັນໄພຮອບດ້ານທີ່ໃຫ້ບໍລິການທັງປະກັນໄພຊີວິດ ແລະ ປະກັນໄພທົ່ວໄປ, ຫນື່ງໃນນັ້ນຍັງມີ: ປະກັນໄພອຸບັດຕິເຫດ ສ່ວນບຸກຄົນ ທີ່ໃຫ້ການຄຸ້ມຄອງອຸບັດຕິເຫດທີ່ເກີດຂື້ນໂດຍບັງເອີນ ,ການເສຍຊີວິດ, ຄວາມພິການຖາວອນ ແລະ ຄ່າປີ່ນປົວທີ່ເກີດຈາກອຸບັດຕິເຫດ.

ເປົ້າໝາຍຂອງຂອງພວກເຮົາແມ່ນເພື່ອສະໜອງການຄຸ້ມຄອງໃຫ້ທ່ານ, ຄົນທີ່ທ່ານຮັກ ແລະ ຊັບສິນຂອງທ່ານ, ພວກເຮົາຍິນດີທີ່ຈະສະຫນັບສະຫນູນ ແລະ ຢູ່ຄຽງຂ້າງທ່ານເພື່ອກ້າວຜ່ານທຸກອຸປະສັກ ບົນພື້ນຖານທາງການເງິນທີ່ເຂັ້ມແຂງ ແລະ ປະສົບການຫຼາຍປີໃນລາວ.

ພົງສະຫວັນ ປະກັນໄພ ເອພີເອ ໃຫ້ທ່ານຫຼາຍກ່ວາການຄຸ້ມຄອງ

You’re not just another customer

We’re not just another insurer

ຜົນປະໂຫຍດແລະການຄຸ້ມຄອງ:
ປະເພດ ແລະ ເງື່ອນໄຂ ຂອງ ປະກັນໄພອຸບັດຕິເຫດສ່ວນບຸກຄົນ

  • ຄຸ້ມຄອງທ່ານທີ່ໄດ້ຮັບບາດເຈັບ, ພິການຖາວອນ ແລະ ເສຍຊີວິດ
  • ຄຸ້ມຄອງທຸກສາຂາອາຊີບ (ສາມາດຊື້ໃຫ້ພະນັກງານຂອງທ່ານໄດ້)
  • ບໍ່ຕ້ອງກວດສຸຂະພາບກ່ອນການເຮັດປະກັນໄພ

ປະກັນໄພ ອຸບັດຕິເຫດສ່ວນບຸກຄົນທົດແທນຄ່າໃຊ້ຈ່າຍຕ່າງໆທີ່ເກີດຈາກອຸບັດຕິເຫດເຊັ່ນ:

  • ທົດແທນຄ່າປີ່ນປົວ ການບາດເຈັບ ທີ່ເກີດຈາກອຸບັດຕິເຫດ
  • ທົດແທນໃນກໍລະນີ ພິການຖາວອນ ທີ່ເກີດຈາກອຸບັດຕິເຫດ
  • ທົດແທນໃນກໍລະນີ ເສຍຊີວິດ ທີ່ເກີດຈາກອຸບັດຕິເຫດ

ຜູ້ທີ່ສາມາດເຮັດປະກັນໄພອຸບັດຕິເຫດໄດ້

  • ບຸກຄົນທີ່ດຳລົງຊີວິດ ຫຼື ດຳເນີນທຸລະກິດຢູ່ ສປປ ລາວ
  • ຜູ້ທີ່ມີອາຍຸແຕ່ 18-60 ປີ

 

 

 

 

 

ພົບກັບຜະລິດຕະພັນໃໝ່

ໃໝ່! ປະກັນຊີວິດ ອີຊີໂກລ (EZY Life Gold) ຄັ້ງທຳອິດຂອງການລວມປະກັນໄພທີ່ໃຫ້ການຄຸ້ມຄອງແບບພິເສດ ຊື້ 1 ໄດ້ເຖິງ 3 ຄົບຈົບໃນບັດດຽວ

  1. ຄຸ້ມຄອງ ປະກັນຊີວິດ
  2. ຄຸ້ມຄອງ ປະກັນສຸຂະພາບ (ປິ່ນປົວກໍລະນີນອນໂຮງຫມໍ)
  3. ຄຸ້ມຄອງ ປະກັນໄພ ອຸປະຕິເຫດ ສ່ວນບຸກຄົນ

ປະກັນຊີວິດ ອີຊີ ໂກລ EZY Life Gold ຕອບໂຈດສຳລັບລູກຄ້າທີ່ບໍ່ຢາກຊື້ປະກັນຫຼາຍຢ່າງແຍກກັນ ໃຫ້ເກີດຄວາມຍຸ້ງຍາກ ແລະ ສັບສົນ

  • ປະຢັດຄ່າໃຊ້ຈ່າຍເມື່ອທຽບກັບການຊື້ແຍກ.
  • ຄຸ້ມຄອງຊີວິດ ແລະ ຄ່າຮັກສາຍາມເຈັບເປັນ.
  • ບໍ່ຕ້ອງສຳຮອງເງິນຈ່າຍກໍລະນີເຂົ້າຮັບການຮັກສາ.
  • ສາມາດນໍາໃຊ້ບັດໄດ້ທັງໃນປະເທດລາວ ແລະ ປະເທດໄທ.

ຢ່າໃຫ້ການສູນເສຍ ເປັນການເພີ່ມພາລະໃຫ້ຄົນໃນຄອບຄົວ ຫຼື ຄົນທີ່ທ່ານຮັກ ໃຫ້ປະກັນຊີວິດ ອີຊີໂກລ ຂອງພວກເຮົາຊ່ວຍເບິ່ງແຍງ ແລະ ຮັບຜິດຊອບ ບັນຫາທາງການເງິນຂອງທ່ານ ເພື່ອໃຫ້ທ່ານສາມາດສຸມໃສ່ສິ່ງທີ່ສຳຄັນກ່ວາ.